ໃນປີ 1965 ໄດ້ສ້າງຂຶ້ນແລະມີຊື່ວ່າ “ໂຮງຮຽນການຊ່າງຊົນນະບົດ ” ເປີດສອນຫລັກສູດວິຊາຊີບໃຫ້ຊາວບ້ານໃນສາຂາວິຊາ: ຊ່າງກໍ່ ແລະຊ່າງໄມ້ .

         ໃນປີ 1999 ທາງກົມອາຊີວະສຶກສາ ແລະການສຶກສາຊັ້ນສູງ (ກະຊວງສຶກສາທິການ ) ກໍໄດ້ສະເໜີໄປຫາລັດຖະບານ ແລະລັດຖະບານກໍໄດ້ຍື່ນສະເໜີຂໍການຊ່ວຍເຫລືອຈາກ ປະເທດລຸກຊຳບວກ
         ປີ 2001 ທາງຝ່າຍລັດຖະບານລຸກຊຳບວກກໍໄດ້ເຫັນດີໃຫ້ການຊ່ວຍເຫລືອ. ນັບແຕ່ນັ້ນມາ ເລິ້ມຕົ້ນເປັນຮູບຮ່າງ ໂດຍໄດ້ສຶກສາ ຄວາມເປັນໄປໄດ້ສ້າງເອກະສານໂຄງການແລະໄດ້ຈັດພິທີ ການເຊັນສັນຍາ  ອະນຸມັດການຊ່ວຍເຫລືອລ້າ ໃນເດືອນ ກຸມພາ  ປີ  2002 ທີ່ ນະຄອນຫລວງວຽງຈັນ (ໄລຍະໂຄງ ການແຕ່  2002 ຫາ  2005 )
      ການເລິ້ມຕົ້ນໂຄງການທີ່ແທ້ຈິງແມ່ນຢູ່ທ້າຍປີ 2002 ໂດຍໃສ່ຊື່ວ່າ “ໂຄງການປັບປຸງໂຮງຮຽນວິຊາຊີບຄຳມ່ວນ” ( Project LAO/oo8 , Thakhek )
      ການປຸກສ້າງອາຄານຮຽນ,ໂຮງຝຶກງານ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ແມ່ນໄດ້ເລິ້ມລົງມືຈັດຕັ້ງປະຕິບັດໃນເດືອນ 6  ປີ 2003  ແລະ ໃຊ້ເວລາປຸກສ້າງ ທັງໝົດ 12 ເດືອນ.

ຕາມແຜນເບື້ອງຕົ້ນໂຄງການນີ້ຈະສິ້ນສຸດລົງໃນທ້າຍປີ 2005 ແຕ່ຍ້ອນເຫັນຄວາມຈຳເປັນ ດ້ານຄວາມຍືນຍົງຄົງຕົວຂອງໂຄງການ ກໍຄືການສ້າງໃຫ້ເປັນໂຮງຮຽນຕົວແບບ, ທາງປະເທດໃຫ້ທືນຈຶ່ງເຫັນດີສືບ ຕໍ່ໃຫ້ການສະໜັບສະໜູນໄປອີກ 2 ປີ ຈົນຮອດທ້າຍປີ 2007

ສົກຮຽນ 2009 – 2010 ໂຮງຮຽນເປີດສອນ ຫລັກສູດ 8 ສາຂາ ວິຊາສະເພາະ:

  • ຊ່າງກໍ່ສ້າງເຄຫາ
  • ຊ່າງເຟີນີເຈີໄມ້
  • ຊ່າງໄຟຟ້າເຕັກນິກ
  • ຊ່າງຕັດຫຍິບເສື້ອຜ້າ
  • ປຸງແຕ່ງອາຫານ-ການໂຮງແຮມ
  • ບໍລິຫານທຸລະກິດ
  • ຊ່າງສ້ອມແປງທົ່ວໄປ
  • ເຕັກໂນໂລຊີ ຂໍ້ມູນຂ່າວສານ (IT)

       ສົກຮຽນ 2012-2013 ໂຮງຮຽນເຕັກນິກ-ວິຊາຊີບ ແຂວງຄຳມ່ວນ ໄດ້ມີຂໍ້ຕົກລົງໃຫ້ຍົກລະດັບເປັນວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຄຳມ່ວນຕາມເລກທີ 1572/ສສກ.ຈຕ.13 ລົງວັນທີ 30/4/2013