ພິທີປາຖະກະຖາເລົ່າມູນເຊື້ອປະຫັວດຄວາມເປັນມາວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ( 20 ກໍລະກົດ 1955-20 ກໍລະກົດ 2022).

ວັນທີ 15 ກໍລະກົດ 2022 ຮາກຖານສະຫະພັນແມ່ຍິງວິທະຍາໄລເຕັກນິກ-ວິຊາຊີບແຂວງຄໍາມ່ວນໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອປະຫັວດຄວາມເປັນມາວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ( 20 ກໍລະກົດ 1955-20 ກໍລະກົດ 2022).
ພາຍໃຕ້ ການເປັນປະທານໂດຍທ່ານ ວຽງສະຫວັນ ພັດທະວົງ ເລຂາຄະນະພັກຮາກຖານຜູ້ອໍານວຍການວິທະຍາໄລເຕັກນິກ-ວິຊາຊີບແຂວງຄໍາມ່ວນ, ທ່ານ ນາງໂພໄຊ ໄຊຄໍາຜັນ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງປະທານຮາກຖານສະຫະພັນແມ່ຍິງວິທະຍາໄລພ້ອມຄະນະແລະຫົວໜ້າພາກ,ຫົວໜ້າພະແນກ, ອົງການຈັດຕັ້ງມະຫາຊົນຊາວໜຸ່ມ,ກໍາມະບານຕະຫຼອດຮອດເອື້ອຍນ້ອງແມ່ຍິງພາຍໃນວິທະຍາໄລກໍ່ເຂົ້າຮ່ວມຢ່າງພ້ອມພຽງ.